ຈົດໝາຍຂໍຄວາມຮ່ວມມື ຜະລິດແລະດັດແປງຮູບຮ່າງບັນດາຜະລິຕະພັນທອງ ຫຼືທ ທອງເຫລືອງ
ຮຽນ: ບໍລິສັດ ທີ່ນັບຖື
ກ່ອນອື່ນ ບໍລິສັດ ຮຸ້ນສ່ວນອຸປະກອນເສີມ ຊອງຕ່ວານ ຂໍຖືເປັນກຽດ ຂໍສົ່ງຄວາມ
ທັກທາຍແລະການຮ່ວມມື ມາຍັງບໍລິສັດທ່ານອ ດ້ວຍຄວາມຈິງໃຈ.
ແນໃສ່ການຕອບສະໜອງ ແລະ ຮັບໃຊ້ກ່ຽວກັບຄວາມຮຽກຮ້ອງຕ້ອງການ “ການຜະລິດ – ດັດແປງຮູບຮ່າງໂລຫະທອງ ແລະ ທອງເຫລືອງ, ອຸປະກອນເສີມຊອງຕ່ວານ ຂໍສົ່ງຄຳຮຽນເຊີນມາຍັງບໍລິສັດຂອງທ່ານດ້ວຍຄວາມປາດຖະໜາຢາກສ້າງສາຍພົວພັນຂຶ້ນຢ່າງໝັ້ນຄົງ, ນຳເອົາຜົນປະໂຫຍດ ສະໜັບສະໜູນຊື່ງກັນ ແລະ ກັນ ແລະ ພ້ອມກັນພັດທະນານຳກັນ. ດ້ວຍທ່າແຮງທີ່ເກີດຈາກ ອາຊີບຫຼອມທອງ ກວາງໂບ໋-ບັກນິງ, ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນທີ່ຈະໃຫ້ຄ້ຳໝັ້ນສັນຍາວ່າ: ຈະສະໜອງບັນດາຜະລິດຕະພັນ ແລະ ການບໍລິການທີ່ດີທີ່ສຸດ, ມີຄຸນະພາບທີ່ສຸດ ໃຫ້ແກ່ບໍລິສັດຂອງທ່ານ.
ອຸປະກອນເສີມຊອງຕ່ວານ ເປັນບໍລິສັດມືອາຊີບໃນຂະແໜງການ “ຜະລິດ – ດັດແປງຮູບຮ່າງ” ບັນດາຜະລິດຕະພັນຈາກທອງ ຫຼື ທອງເຫຼືອງ:
- ຜະລິດບັນດາຜະລິດຕະພັນຂໍ້ກ້ຽວຕໍ່ BSP, NPT ເພື່ອສະໜອງໃຫ້ແກ່ທ້ອງຕະຫຼາດພາຍໃນ ປະເທ ກໍ່ຄືສົ່ງອອກໄປຕ່າງປະເທດ.
- ດັດແປງຜະລິດຕະພັນຕ່າງໆຢ່າງລະອຽດໃຫ້ແກ່ໂຮງງານ, ບໍລິສັດ, ໂຄງການຕ່າງໆຕາມແບບຫຼື ສິນຄ້າຕົວຢ່າງ. ໃນຊຸມປີຜ່ານມາ ພວກຂ້າພະເຈົ້າໄດ້ພັດທະນາບັນດາຜະລິດຕະພັນທີ່ແຕກຕ່າງກັນ ເຊັ່ນ: “ ຂໍ້ຕໍ່ທີ່ອັດດ້ວຍຢາງ PVC & PPR, ບູລອງ, ບັກສຽບ, ຂໍ້ຕໍ່ໂມງ, ສາຍເຄເບີນ, ການເຊື່ອມຕໍ່….”
- ເຮັດແບບຫຼອມ, ຫຼອມຜະລິດຕະພັນຕ່າງໆທີ່ຕ້ອງການຄວາມແໝ້ນຍຳສູງດ້ວຍແຮງດັນ.
ດ້ວຍທິມງານພະນັກງານທີ່ມີລະດັບສີມືສູງ ມີປະສົບການຫຼາຍປີໃນຂະແໜງການຫຼອມ ແລະ ດັດແປງຮູບຮ່າງຜະລິດຕະພັນດ້ວຍທອງ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ: ຈະນຳມາເຊີ່ງຄວາມເພິ່ງພໍໃຈທີ່ສູດໃຫ້ແກ່ລູກຄ້າ ເມື່ອທ່ານມາຫາພວກຂ້າພະເຈົ້າ, ໂດຍສະເພາະແມ່ນ ດ້ວຍການລົງທຶນໃສ່ໂຮງງານ ແລະເຄືື່ອງກົນຈັກທີ່ທັນສະໃໝ ຈະເປັນປັດໃຈນຳຄວາມແຕກຕ່າງຈາກພວກຂ້າພະເຈົ້າ. ອຸປະກອນເສີມຊອງ ຕ່ວານ ພັດທະນາຕາມທິດທາງ “ຕອບສະໜອງຄວາມຄາດຫວັງຂອງລູກຄ້າແມ່ນຄວາມສຳເລັດຂອງພວກຂ້າພະເຈົ້າ”.
ປະຈຸບັນ ບໍລິສັດພວກຂ້າພະເຈົ້າຂໍຖືເປັນກຽດ ນຳສົ່ງຈົດໝາຍຂໍຄວາມຮ່ວມມືສະບັບດັ່ງກ່າວ ມາຍັງບໍລິສັດຂອງທ່ານ ດ້ວຍຄວາມປາດຖະໜາອັນແຮງກ້າ ຢາກໃຫ້ມີທາງເລືອກເພີ່ມ ແລະ ຂະນະດຽວກັນ ພວກຂ້າພະເຈົ້າກໍ່ຈະມີລູກຄ້າຂາປະຈຳໃໝ່ອີກດ້ວຍ.
ພວກຂ້າພພະເຈົ້າ ຫວັງເປັນຢ່າງຍີ່ງວ່າ ຈະໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຈາກບໍລິສັດຂອງທ່ານດ້ວຍ!
ເບິ່ງຜະລິດຕະພັນເພີ່ມເຕີມຂອງ Song Toan (STG), JSC ໄດ້ທີ່ເວັບໄຊທ໌:
ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ